ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ​ຈີນ ຕ້ອນຮັບ​ນາຍົກລັດຖະມົນຕີ​ກຳປູເຈຍ


     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 17 ກັນຍາ ນີ້​ວ່າ: ເມື່ອ​ວັນ​ທີ 15 ກັນຍາ ນີ້, ທ່ານ ຫຼີ​ສຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ຕ້ອນຮັບ​ທ່ານ ຮຸນ ມາ​ເນັດ
ນາຍົກລັດຖະມົນຕີ​ກຳປູເຈຍ ທີ່​ພວມ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ ທີ່​ນະຄອນຫຼວງ​ປັກ​ກິ່ງ.

     ທ່ານ ຫຼີ​ສຽງ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ຈີນ-ກຳປູເຈຍ ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ ຄົບຮອບ 65 ປີ, ຈີນ​ຍິນ​ດີ​ຮ່ວມ​ກັບ ​ກຳປູເຈຍ ຈັດ​ຕັ້ງ​ປະຕິບັດ​ຄວາມ
​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ ລະຫວ່າງ​ຜູ້ນຳ​ສອງ​ປະເທດ, ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ​ຕື່ມ​ອີກ, ຊຸກຍູ້​ໃຫ້ການ​ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ
ຈີນ-ກຳປູເຈຍ ​ໄດ້​ຮັບ​ຄວາມຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ຊຸກຍູ້​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ ຈີນ-ກຳປູເຈຍ​ ໃນ​ຂົງເຂດ​ຕ່າງໆ ເຊັ່ນ: ອຸດສາຫະກຳ, ກະສິກຳ, ເສດ
ຖະກິດ​ການ​ຄ້າ ແລະ ອື່ນໆ​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ ແລະ ໄດ້​ຮັບ​ຜົນສຳເລັດ​ທີ່ແທ້​ຈິງ​ຫຼາຍ​ກວ່າ​ເກົ່າ.  

     ທ່ານ ຮຸນ ມາ​ເນັດ ກ່າວ​ວ່າ: ກຳປູເຈຍ ​ຍຶດ​ໝັ້ນ​ຫຼັກການ​ປະເທດ​ຈີນ​ດຽວ, ຍິນ​ດີ​ຮ່ວມ​ກັບ​ຈີນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງເຂດ​ຕ່າງໆ​ໃຫ້​ຕື່ມ​ອີກ, ເພີ່ມ
​ທະວີ​ການ​ປະສານ​ງານ​ໃນ​ວຽກ​ງານ​ສາກົນ ແລະ ພາກ​ພື້ນ, ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ ກຳປູເຈຍ-ຈີນ ໃຫ້​ກ້າວ​ສູ່​ລວງ​ເລິກ​ກວ່າ​ເກົ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/09/2023